ຈີໂລ ຄອມພີວເຕີ ບໍລິຫານໂດຍ ທ່ານ ຄໍາປະສິດ ເທບວົງສາ. ທີ່ມີອຸດົມຂະຕິ ແລະ ຄວາມທະເຍີທະຍານໃນການຕອບສະໜອງການບໍລິການທີ່ດີ ຈໍາໜ່າຍສີນຄ້າທີ່ມີຄຸນນະພາບ, ລາຄາຢຸດຕິທໍາ, ຊື່ສັດຕໍ່ລູກຄ້າ, ເພື່ອນຮ່ວມງານ, ສັງຄົມກ້າວໜ້າໄປດ້ວຍຈິດໃຈໝັ້ນຄົງ, ຄວາມມານະອົດທົນເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລຸກຄ້າ. ໃຫ້ບໍລິການລູກຄ້າທີ່ດີທີ່ສຸດ ໃນລາຄາເໝາະສົມ ຍຸດຕິທໍາດ້ວຍຄວາມໝັ້ນໃຈ ແລະ ຈິງໃຈ.ຜູ້ບໍລິຫານເອງມີຈຸດມຸ່ງໝາຍໃຫ້ ຈີໂລ ຄອມພີວເຕີເປັນບໍລິສັດນໍາໜ້າຂອງປະເທດ ແລະ ໃນພາກພື້ນນີ້ ໃນການຈໍາໜ່າຍ ແລະ ໃຫ້ບໍລິການ ອຸປະກອນຄອມພີວເຕີ, ເຄື່ອງພິມ,ອຸປະກອນ Electronics, ກ້ອງວົງຈອນປິດ, ເຄື່ອງໃຊ້ພາຍໃນສຳນັກງານຫ້ອງການ ແລະ ອຸປະກອນ Hi-tech ທີ່ທັນສະໄໝ,ພ້ອມບໍລິການຫຼັງການຂາຍທີ່ດີເພື່ອສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ ທີ່ໃຫ້ຄວາມໄວ້ວາງໃຈ.
Copyright 2010 Jiro Co.,LTD. All rights reserved.
ສູນຈີໂລຄອມພິວເຕີ / Company profile
ຈິໂລ ຄອມພີວເຕີ ໄດ້ກໍ່ຕັ້ງບໍລິສັດຂຶ້ນ ມາແຕ່ປີ 2005. ໃນເດືອນ 8/2008 ຈິໂລ ຄອມພີວເຕີ ໄດ້ເປັນຕົວແທນຈໍາໜ່າຍ ພ້ອມທັ້ງເປັນສຸນບໍລິການເຄື່ອງພີມຍີ້ຫໍ້ Brother ຈາກ Brother commercial Thailand ເຊິ່ງເປັນເຄື່ອງພີມຈາກປະເທດຍີ່ປຸ່ນ, ໃນປີ 2009 ເດືອນ 11 jiro ໄດ້ຖືກແຕ່ງຕັ້ງເປັນຕົວແທນຈຳໜ່າຍສິນຄ້າຂອງ SONY , ໂດຍສະເພາະ Notebook VAIO SONY ຈາກປະເທດຍີ່ປຸ່ນເຊິ່ງ SONY Thailand ເປັນຜູ້ດູແລ, ໃນເດືອນ 7 ປີ 2010 ນີ້ JIRO COMPUTER ໄດ້ແຕ່ງຕັ້ງເປັນ HP Business partner ຈາກ HP Asain pacific ທີ່ເປັນຕົວແທນຈຳໜ່າຍ Notebook ແລະ PC ຍີ່ຫໍ້ COMPAQ ແລະ HP ເຊີ່ງມີ part ໃນສປປ ລາວ . ດ້ວຍຄວາມເອົາໃຈໃສ່ກ່ຽວກັບການບໍລິການ ແລະ ສັນຫາສິນຄ້າ IT ທີ່ທັນສະໄໝ , ມີຄຸນນະພາບ ແລະ ລາຄາຖືກ.
JIRO COMPUTER ໄດ້ຖືກຍອມຮັບຈາກຫຼາຍອົງການ ບໍ່ວ່າຈະເປັນອົງການສາກົນ, ກະຊວງຕ່າງໆ ທັງພາກລັດຖະບານ ແລະ ເອກະຊົນ.
ບຸກຄະລາກອນ / Human resource
• ທາງບໍລິສັດ ມີບຸກຂະລາກອນທີ່ມີຄວາມຮູ້ ແລະ ຊ່າງເຕັກນິກກ່ຽວກັບສິນຄ້າຂອງບໍລິສັດພ້ອມໃຫ້ບໍລິການທັງໃນ ແລະ ນອກສະຖານທີ່.
• ມີການສົ່ງພະນັກງານ ຊ່າງເຕັກນິກໄປສໍາມະນາ, ເຝິກອົບຮົມທັງໃນ ແລະ ນອກປະເທດ.
• ມີການປະຊຸມ, ສະຫຼູບ ຄວາມຮູ້ ຄວາມສາມາດທາງເຕັກໂນໂລຢີ ຫຼ້າສຸດ ບັນຫາທາງເຕັກນິກຂອງລຸກຄ້າທຸກອາທິດ, ທຸກເດືອນ.
• ມີການປະເມີນຜົນການເຮັດວຽກງານໂດຍໃຫ້ລາງວັນແກ່ພະນັກງານ ຫຼື ຊ່າງເຕັກນິກທີ່ມີຄວາມຮູ້ ຄວາມສາມາດ ແລະ ການໃຫ້ບໍລິການທີ່ດີແກ່ລຸກຄ້າ.